ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຊ່ວຍເຫຼືອ​ດ້ານ​ອາວຸດໜັກ​ໃຫ້​ອູ​ແກຣນ ​​ມີ​ຄວາມ​ສ່ຽງ​ຕໍ່ການສູ້ຮົບດຸເດືອດຂຶ້ນກວ່າເກົ່າ


    ສຳນັກ​ຂ່າວ​ຊິນ​ຮວາ​ລາຍງານ ໂດຍອີງຕາມປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໃຫ້​ຮູ້ວ່າ: ການ​ຊ່ວຍເຫຼືອ​ດ້ານ​ການ​ທະຫານ​ຂອງ​ກຸ່ມ​ນາ​ໂຕ ແລະ ອາ​ເມ ​ຣິ​ກາ ເປັນ​ການ​ບັງຄັບ​ໃຫ້​ຣັດ​ເຊຍ​ຕ້ອງ​ຮັບ​ມື​ດ້ວຍ​ການ​ນຳ​ໃຊ້​ອາວຸດ​ໜັກ​ກວ່າ​ເກົ່າ ແລະ ຍັງ​​ອາດ​ຈະ​ຕ້ອງ​ເພີ່ມ​ອາ​ວຸ​ດໜັກ​ໄປ​ເລື້ອຍໆ ຖ້າ​ຫາກ​ຮັບ​ມື​ບໍ່​ໄດ້.

     ທ່ານ ວະ​ຢາ​ເຊ​​ັສລັຟ ໂວ​ໂລ​ດິນ ປະທານ​ສະພາ​ດູ​ມາ​ແຫ່ງ​ຊາດ ຣັດ​ເຊຍ​ ກ່າວ​ວ່າ: ກຸ່ມ​ນາ​ໂຕ ແລະ ອາ​ເມ​ຣິ​ກາ​ ສະໜອງ​ອາວຸດ​ໃຫ້​ອູ​ແກຣນ​ໃຊ້​ເຂົ້າ​ໃນ​ ການ​ໂຈມ​ຕີ​ຕົວ​ເມືອງ​ຂອງ​ຣັດ​ເຊຍ ແລະ ຢຶດ​ເອົາ​ຜືນ​ແຜ່ນດິນ​ຂອງ​ຣັດ​ເຊຍ​ນັ້ນ ຈະ​ເຮັດ​ໃຫ້​ຣັດ​ເຊຍ​ຕ້ອງ​ຮັບ​ມື​ດ້ວຍ​ການ​ນຳ​ໃຊ້​ອາວຸດ​ທີ່​ແຂງແຮງ​ກວ່າ​ເກົ່າ. ທ່ານ​ ໂວ​ໂລ​ດິນ​ ຍັງ​ກ່າວ​ອີກວ່າ: ການ​ສະໜອງ​ອາວຸດ​ແບບ​ໂຈມ​ຕີ​ໃຫ້​ແກ່​ອູ​ແກຣນ​ຈະ​ສ້າງ​ໄພພິບັດ​ໃຫ້​ທົ່ວ​ໂລກ, ປະເທດ​ໃຫຍ່​ທີ່​ມີ​ອາວຸດ​ນິວ​ເຄລຍ​ຈຳ ນວນ​ໜຶ່ງ​ກ່າວ​ວ່າ​ ຈະ​ບໍ່​ໃຊ້​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່​ໃນ​ການ​ປະ​ທະ​ກັນ​ພາຍ​ໃນ​ພາກ​ພື້ນ​.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2023